ສົນໃຈຮ່ວມງານນຳພວກເຮົາ

ກະລຸນາສົ່ງ CV ແລະ cover letter ໄປທາງອີເມວ [email protected] ເພື່ອອະທິບາຍວ່າເປັນຫຍັງທ່ານຈຶ່ງເໝາະສົມກັບຕຳແໜ່ງນີ້.

ຕຳແໜ່ງ: Junior Full Stack Developer (ນັກພັດທະນາໂປຣແກຣມ)

ໜ້າທີ່ຮັບຜິດຊອບຫຼັກ

  • ປະສານງານນຳຜູ້ດູແລ, ຝ່າຍປະຕິບັດການ, ນັກອອກແບບ, ນັກການຕະຫຼາດ ຫຼື ບຸກຄົນທີ່ກ່ຽວຂ້ອງເພື່ອພັດທະນາໂປຣແກຣມ
  • ຄົ້ນຄວ້າ, ຊອກຫາ ແລະ ທົດລອງກ່ຽວກັບນະວັດຕະກຳໃໝ່ໆເພື່ອນຳໃຫ້ທັນຍຸກທັນສະໄໝ
  • ແກ້ໄຂບັນຫາ, ຂໍ້ບົກຜ່ອງ, ບຳລຸງຮັກສາ ແລະ ປັບປຸງລະບົບ ເວັບ / ແອັບ ໃຫ້ມີປະສິດທິພາບ
  • ຮັບຜິດຊອບຕິດຕາມ ແລະ ຈັດການວຽກງານຕາມທີ່ໄດ້ມອບໝາຍໃຫ້

ຄຸນສົມບັດຂອງຜູ້ສະໝັກ

  • ມີຄວາມເຂົ້າໃຈໃນການພັດທະນາລະບົບ ເວັບ/ແອັບ ຂ້ອງຂ້າງດີພ້ອມທັງຮູ້ນຳໃຊ້ພາສາໂປຣແກຣມພື້ນຖານເຊັ່ນ HTML, CSS, JSON, ແລະ JavaScript
  • ມີປະສົບການໃນການໃຊ້ JavaScript Frameworks ໃໝ່ໆ ຫຼື libraries ແພັກເກັດກ່ຽວກັບການພັດທະນາເຊັ່ນ ReactJS / React Native ຫຼື ອື່ນໆຍິ່ງເປັນການດີ
  • ມີປະສົບການໃນການນຳໃຊ້ຖານຂໍ້ມູນທີ່ເປັນ SQL ແລະ NoSQL ຍິ່ງເປັນການດີ
  • ມີຄວາມຮູ້ການໃນພັດທະນາ REST API ຍິ່ງເປັນການດີ
  • ມີຄວາມຄຸ້ນເຄີຍໃນການນຳໃຊ້ browser ໃນການທົດສອບ ແລະ ແກ້ໄຂບັນຫາ

ເພີ່ມເຕີມ

  • ຖ້າມີຄວາມຮູ້ໃນການນຳໃຊ້ JIRA, Git, ຫຼື Slack ຈະພິຈາລະນາເປັນພິເສດ
  • ຖ້າມີຄວາມຮູ້ໃນການນຳໃຊ້ MERN stack, ES6 & REST API ຈະພິຈາລະນາເປັນພິເສດ
  • ຖ້າມີຄວາມເຂົ້າໃຈໃນການນຳໃຊ້ agile development methodology ຈະພິຈາລະນາເປັນພິເສດ

ທັກສະອື່ນໆ

  • ມີຄວາມຄິດສ້າງສັນ ແລະ ສາມາດເປີດໃຈຮັບສິ່ງໃໝ່ໆໄດ້
  • ມີທັກສະໃນການວິເຄາະ ແລະ ແກ້ໄຂປັນຫາໄດ້ດີ
  • ມີທັກສະໃນການນຳໃຊ້ພາສາອັງກິດຂ້ອນຂ້າງດີ ທັງການອ່ານ ແລະ ການເວົ້າເພື່ອໃຊ້ໃນການສົນທະນາກັບບຸກຄົນຕ່າງປະເທດ